ແນະນຳ DMH

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຂຽນເປັນຕົວອັກສອນຫຍໍ້ວ່າ “ກອຕທ” ແມ່ນກົງຈັກໜຶ່ງຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະນຳກະຊວງກ່ຽວກັບວຽກງານອຸຕຸນິຍົມ, ອຸທົກກະສາດ, ແຜ່ນດິນໄຫວ ແລະ ແຈ້ງເຕືອນໄພລ່ວງໜ້າ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງໃນຂອບເຂດທົ່ວປະເທດ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີໜ້າທີ່ ແລະ ຂອບເຂດສິດດັ່ງນີ້:

ໜ້າທີ່

  1. ປະຕິບັດກົດໝາຍ ແລະ ມະຕິຕົກລົງ, ດຳລັດ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ກ່ຽວກັບວຽກງານອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວຂອງຂັ້ນເທິງວາງອອກ.
  2. ຫັນເອົາແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖະບານ, ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບວຍກງານອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງດານລະອຽດຂອງຕົນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ປະກົດຜົນເປັນຈິງ.
  3. ຄົ້ນຄ້ວາ ແລະ ນຳສະເໜີໃນການສ້າງ ແລະ ປັບປຸງຍຸດທະສາດ, ນະໂຍບາຍ, ນິຕິກຳ, ແຜນການ, ແຜນງານ ແລະ ໂຄງການທີ່ກ່ຽວຂ້ອງກັບວຽກງານອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ.
  4. ສຳຫຼວດ, ກໍ່ສ້າງ, ຄຸ້ມຄອງ, ນຳໃຊ້ ແລະ ບຳລຸງຮັກສາບັນດາສະຖານີ ເປັນຕົ້ນ ສະຖານີອຸຕຸນິຍົມ, ອຸທົກກະສາດ, ອຸຕຸກະເສດ, ອຸຕຸການບິນ ແລະະ ແຜ່ນດິນໄຫວ, ສູນເຕືອນໄພລ່ວງໜ້າ, ລະບົບແລກປ່ຽນຂໍ້ມູນຂ່າວສານ ແລະ ລະບົບຖານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ສອດຄ່ອງກັບມາດຖານອຸຕຸນິຍົມໂລກ.
  5. ເຝົ້າຕິດຕາມ, ເກັບກຳ ແລະ ວິໄຈຂໍ້ມູນອຸຕຸນິຍົມ, ອຸທົກກະສາດ, ອຸຕຸກະເສດ, ອຸຕຸການບິນ, ແຜ່ນດິນໄຫວ, ຈັດແບ່ງເຂດພູມອາກາດ, ພີມວາລະສານສະຖິຕິຂົງເຂດອຸຕຸນິຍົມ ແລະ ອຸທົກກະສາດ, ເຮັດການບໍລິການຂໍ້ມູນ ແລະ ແຈ້ງເຕືອນໄພລ່ວງໜ້າໃນຂອບເຂດທົ່ວປະເທດ.
  6. ພະຍາກອນອຸຕຸນິຍົມ, ອຸທົກກະສາດ ແລະ ລາຍງານສະພາບການປ່ຽນແປງລົມ ຟ້າ ອາກາດ ນໍ້າ ແລະ ແຜ່ນດິນໄຫວ ໃນແຕ່ລະໄລຍະ ໃຫ້ແກ່ສັງຄົມ.
  7. ເປັນໃຈກາງປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ຢູ່ພາຍໃນແລະຕ່າງປະເທດ, ຊີ້ນຳທາງດ້ານວິຊາການໃນການປະຕິບັດວຽກງານຂອງຕົນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມສຳເລັດຢ່າງດີ.
  8. ປະສານສົມທົບກັບກົມນິຕິກຳຂອງກະຊວງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໃນການຮ່າງກົດໝາຍ, ດຳລັດ, ຂໍ້ກຳນົດ, ຄຳແນະນຳ, ລະບຽບການຄຸ້ມຄອງກ່ຽວກັບວຽກງານອຸຕຸນິຍົມ, ອຸທົກກະສາດ, ແຜ່ນດິນໄຫວ ແລະ ເຕືອນໄພລ່ວງໜ້າ.
  9. ຈັດຕັ້ງ, ເຜີຍແຜ່ ແລະ ຄຸ້ມຄອງບັນດານິຕິກຳອື່ນໆ ທີ່ພົວພັນເຖິງວຽກງານດ້ານອຸຕຸນິຍົມ, ອຸທົກກະສາດ, ແຜ່ນດິນໄຫວ ແລະ ເຕືອນໄພລ່ວງໜ້າ.
  10. ຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃນຂອບເຂດທົ່ວປະເທດ.
  11. ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທິງ ປັບປຸງກົງຈັກການຈັດຕັ້ງຂອງກົມ, ຄຸ້ມຄອງກຳນົດຕໍາແໜ່ງງານ, ສ້າງແຜນການກໍ່ສ້າງພະນັກງານ-ລັດຖະກອນ ລວມທັງສົ່ງເສີມບົດບາດຍິງຊາຍ, ການປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນຂອງກົມ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕາມລະບຽບທີ່ກຳນົດ.
  12. ຕິດຕາມການປະຕິບັດສິດ, ນ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງກົມ ເພື່ອສະກັດກັ້ນປາກົດການລະເມີດມະຕິ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ.
  13. ຄຸ້ມຄອງ, ຊີ້ນຳ, ຊຸກຍູ້, ຕິດຕາມກວດກາ-ກວດການ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດຖະສາດ ແລະ ແຜນງານຕ່າງໆ ທີ່ຕິດພັນກັບວຽກງານອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ ທີ່ວາງອອກໃນແຕ່ລະໄລຍະ.
  14. ພົວພັນຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບສະໜູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຍກງານອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທິງ.
  15. ຄຸ້ມຄອງ, ບໍລິຫານເງິນ, ຊັບສິນ ແລະ ເອກະສານຂອງກົມ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງກົມ ຕໍ່ລັດຖະມົນຕີເປັນແຕ່ລະໄລຍະ.
  16. ປະສານສົມທົບກັບສູນຝຶກອົບຮົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລວມທັງພາກສ່ວນອື່ນທີ່ກ່ຽວຂ້ອງ ຈັດກອງປະຊຸມສຳມະນາ, ຝຶກອົບຮົມບັນຫາຕ່າງໆທີ່ກ່ຽວກັບວຽກງານອຸຕຸນິຍົມ, ອຸທົກກະສາດ, ແຜ່ນດິນໄຫວ ແລະ ແຈ້ງເຕືອນໄພລ່ວງໜ້າ.
  17. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ການມອບໝາຍຂອງລັດຖະມົນຕີ.

ຂອບເຂດສິດ:

  1. ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ແລະ ຄູ່ມືດ້ານວິຊາການ ກ່ຽວກັບວຽກງານອຸຕຸນິຍົມ ແລະ ອຸທົກກະສາດ, ແຜ່ນດິນໄຫວ ແລະ ເຕືອນໄພລ່ວງໜ້າ ຕາມຂອບເຂດສິດຂອງຕົນ.
  2. ເຊັນໜັງສືສະເໜີ, ບົດປະກອບຄຳເຫັນ, ບັດເຊີນ, ແຈ້ງການ, ສະໂໜດນຳສົ່ງ, ບົດລາຍງານ, ບົດບັນທຶກ ແລະ ອື່ນໆ ທີ່ກ່ຽວຂ້ອງ ກັບພາລະບົດບາດຂອງກົມ.
  3. ໃຫ້ການບໍລິການທາງດ້ານວິຊາການ ກ່ຽວກັບວຽກງານອຸຕຸນິຍົມ ແລະ ອຸທົກກະສາດ, ແຜ່ນດິນໄຫວ ແລະ ເຕືອນໄພລ່ວງໜ້າ.
  4. ຄຸ້ມຄອງນໍາໃຊ້ພະນັກງານ, ວັດຖຸປະກອນ, ພາຫະນະຂອງລັດ, ງົບປະມານ ແລະ ລາຍຮັບວິຊາການ ຕາມລະບຽບການ.
  5. ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ.
  6. ສະເໜີວ່າຈ້າງຊ່ຽວຊານ ຫຼື ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍ ແລະ ຮັບໃຊ້ວຽກງານວິຊາສະເພາະ ດ້ວຍແຫຼ່ງທຶນຂອງໂຄງການ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ.
  7. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
  8. ແຕ່ງຕັ້ງ ແລະ ສະເໜີແຕ່ງຕັ້ງພະນັກງານ-ລັດຖະກອນພາຍໃນກົມ ເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝຶກອົບຮົມ, ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ. ເຈລະຈາ ແລະ ເຊັນສັນຍາ, ອານຸສັນຍາ, ບົດບັນທຶກຄວາມເຂົ້າໃຈ ແລະ ຂໍ້ຕົກລົງຕ່າງໆ ກັບອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບວຽກງານອຸຕຸນິຍົມ ແລະ ອຸທົກກະສາດ ຕາມການມອບໝາຍຂອງລັດຖະມົນຕີ.
  9. ປະຕິບັດສິດອື່ນໆ ທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ການມອບໝາຍຂອງລັດຖະມົນຕີ.